ພະ​ຄໍາ​ພີໄບເບິລ ​ຫົນທາງ​ສູ່ສວງ​ສະ​ຫວັນ

Video

October 25, 2015

ພະ​ຄໍາ​ພີ​ໄບເບິລ ແມ່ນ​ໄດ້ໃຫ້ຄວາມກະຈ່າງແຈ້ງ​ໃນການໄຖ່ບາບ​. ມັນ​ບໍ່​ໄດ້ຂຶ້ນ​ຢູ່​ກັບທ່ານ​ເຮັດຄວາມດີຊ່ຳໃດ​. ເຊິ່ງຫຼາຍໆຄົນຄິດ​ວ່າ ​ພວກ​ເຂົາ​ເຈົ້າ​ເຮັດດີພຽງພໍ ແລະ​ ພຽງພໍທີ່ຈະເຮັດໃຫ້ພວກ​ເຂົາ​ເຈົ້າ​ໄດ້​ຂຶ້ນສູ່ສວງ​ສະ​ຫວັນ​ ແຕ່​ວ່າ ພະ​ຄໍາ​ພີໄບເບິລ ​ໄດ້​ເວົ້າໄວ້​ວ່າ ​“ເນື່ອງຈາກທຸກ​ໆຄົນ​ລ້ວນແລ້ວແຕ່ເຄີຍກະທຳບາບ ​ແລະ ກ້າວຂ້າມຄວາມດີງາມຂອງ​ພຣະ​ເຈົ້າ” ແລະ ພະຄຳພີຍັງກ່າວອີກວ່າ “ຕາມທີ່ພະຄຳພີຂຽນໄວ້ ບໍ່ມີໃຜ ບໍ່ມີເລີຍແມ່ນແຕ່ຄົນດຽວ ທີ່ດີ ແລະ ຖືກຕ້ອງໄປໝົດທຸກຢ່າງ”. ຂ້າ​ພະ​ເຈົ້າ​ບໍ່​ໄດ້ດີ ແລະ ຖືກຕ້ອງ ທ່ານ​ກໍບໍ່​ໄດ້ດີ ແລະ ຖືກຕ້ອງໄປໝົດທຸກຢ່າງ ເຊິ່ງຖ້າ​ຫາກ​ວ່າ ​ຄວາມ​ດີ​ຂອງ​ພວກ​ເຮົາຈະນຳພາພວກເຮົາ​ໄປ​ສູ່ສວງ​ສະ​ຫວັນ ກໍບໍ່ມີໃຜເລີຍທີ່ຈະໄດ້ໄປ​.



1. ຍອມ​ຮັບ​ວ່າ​ທ່ານ​ເປັນ​ຄົນ​ບາບ​.


ພະຄໍາ​ພີໄບເບິລ ​ໄດ້​ບັນຍັດໃຫ້ເຫັນຄວາມຈິງທີ່ວ່າ "ຄົນທີ່ຊົ່ວ,​ ຄາດ​ຕະ​ກອນ, ພໍ່ມົດ, ຜູ້ທີ່ມັກຫຼິ້ນສາວ, ຜູ້ທີ່ເຊື່ອຖືສັກກະລະບູຊາເທບພະເຈົ້າອົງອື່ນ ທີ່ບໍ່ແມ່ນພຣະເຍຊູ ແລະ ຜູ້ທີ່ມັກຕົວະ ຫຼື ຫຼອກລວງ ເຫຼົ່ານີ້ທັງໝົດ ພວກເຂົາຈະ​ຕ້ອງ​ຢູ່​ໃນ​ບໍ່ນ້ຳມັນ​ທີ່​ເຜົາ​ດ້ວຍໄຟ​ ແລະ​ ມາດ​ ເຊິ່ງທໍລະມານ​ກັບການ​ຕາຍ​ຄັ້ງທີສອງຂອງພວກເຂົາເຈົ້າ ຍົກເວັ້ນ​ຄົນທີ່ຢ້ານ​ກົວຕໍ່ບາບ ​ແລະ ​ບໍ່​ເຊື່ອຕໍ່ພະເຈົ້າອົງອື່ນ.​" ຂ້າ​ພະ​ເຈົ້າ​ເຄີຍ​ຕົວະ ຫຼື ຫຼອກລວງມາ​ກ່ອນ ແລະ ​ທຸກໆ​ຄົນກໍເຄີຍ​ຕົວະ ຫຼື ຫຼອກລວງມາ​ກ່ອນ​, ດັ່ງ​ນັ້ນ​ ພວກ​ເຮົາ​ທັງໝົດໄດ້​ກະທຳ​ບາບ ແລະ​ ຮ້າຍແຮງກ່ອນນັ້ນ ພວກ​ເຮົາ​ກໍເຄີຍເຮັດ​ໃນສິ່ງທີ່ບໍ່ດີ ກ່ອນການຫຼອກລວງ​ອີກ ເຊິ່ງຕາມຄວາມຕົວຈິງແລ້ວ ພວກ​ເຮົາ​ທັງ​ໝົດ​ສົມ​ຄວນ​ຕົກນະລົກ.



2. ການຍອມຮັບການ​ລົງ​ໂທດ​ສໍາ​ລັບ​ບາບ​.


ພຣະ​ເຢຊູ​ຄຣິສ​ ໄດ້​ກຳເນີດມາ​ສູ່​ໂລກ​ນີ້​ ​ເພາະວ່າ​ພຣະ​ອົງ​ຮັກ​ພວກເຮົາ ເຊິ່ງພະ​ຄໍາ​ພີໄບເບິລ​ໄດ້​ກ່າວໄວ້ວ່າ​ "ໃນ​ຂະ​ນະ​ທີ່​ພວກ​ເຮົາ​ໄດ້ກະທຳ​ບາບ​ ພຣະເຢຊູ​ຄຣິສ​ໄດ້​ເສຍ​ສະລະຊີ​ວິດເພື່ອ​ພວກ​ເຮົາ​ ເຊິ່ງວ່າ​ທ່ານໄດ້ສະແດງໃຫ້ເຫັນເຖິງ​ຄວາມ​ຮັກ​​ທີ່ມີຕໍ່​ພວກ​ເຮົາ​."​ ພະ​ຄໍາ​ພີ​ໄບເບິລ ຍັງໄດ້​ກ່າວວ່າ​ ລາວ​ແມ່ນ​ພຣະ​ເຈົ້າ​ທີ່ເປັນທີ່ຮັບຮູ້ ຢ່າງປະ​ຈັກ​ແຈ້ງວ່າມີຢູ່ຈິງ​. ເປັນພຣະ​ເຈົ້າ​ທີ່ມີຮູບຮ່າງ​ແບບ​​ມະ​ນຸດ​ ເຊິ່ງພຣະ​ອົງ​ມີ​​ຊີ​ວິດຢູ່ໂດຍປາສະຈາກບາບ​. ພຣະ​ອົງ​ບໍ່​ໄດ້​ກະທຳ​ບາບໃດໆ​ ແລະ​ ແນ່​ນອນ​ພວກ​ເຂົາ​ເຈົ້າ​ບໍ່ມັກລາວ ໄດ້ຂ້ຽນຕີລາວ​ ແລະ ​ຕອກຕະປູໃສ່ລາວ ໃຫ້ຕິດກັບໄມ້ກາງເຂນ​. ພະຄໍາ​ພີ​ໄບເບິລໄດ້​ເວົ້າ​ວ່າ​ ເວ​ລາທີ່​ລາວ​ຖືກແຂວນຢູ່​ໄມ້​ກາງ​ເຂນ​ "ຮ່າງກາຍຂອງລາວໄດ້ສະແດງໃຫ້ເຫັນເຖິງບາບ​ຂອງ​ພວກ​ເຮົາ ທີ່​ຢູ່​ຕາມ​ຮ່າງ​ກາຍ​ຂອງ​ລາວ." ດັ່ງ​ນັ້ນ ​​ບາບ​ທຸກຢ່າງທີ່ພວກ​ທ່ານ​ໄດ້​ເຄີຍເຮັດ​ ​​ບາບ​ທຸກຢ່າງທີ່​ຂ້າ​ພະ​ເຈົ້າ​ເຄີຍເຮັດ ມັນ​ຄືກັບວ່າ​ພຣະ​ເຢ​ຊູໄດ້​ເຮັດມັນ ແລະ ລາວ​ຖືກ​ລົງ​ໂທດ ​ເພື່ອໄຖ່​ບາບ​ຂອງພວກ​ເຮົາ​. ເຊິ່ງຫຼັງ​ຈາກລາວໄດ້ເສຍຊີວິດ ພວກ​ເຂົາ​ເຈົ້າ​ໄດ້​ນຳເອົາ​ຮ່າງ​ກາຍ​ຂອງລາວ ໄປຝັງ​ໄວ້​ໃນ​ຫຼຸມຝັງສົບ ແລະ ​​ວິນ​ຍານ​ຂອງ​ລາວໄດ້​ລົງ​ໄປສູ່ນະລົກ ​ເປັນເວລາສາມ​ມື້​ ​ສາມ​ຄືນ. ສາມ​ມື້​ຕໍ່​ມາ​ ພຣະອົງໄດ້​ເກີດໃໝ່ອີກຄັ້ງ​ຈາກ​ການ​ຕາຍ​ ເຊິ່ງພຣະ​ອົງ​ໄດ້​ສະ​ແດງຕົວສູ່​ສາ​ວົກ ແລະ ເຜີຍໃຫ້ເຫັນຮູຕະປູທີ່ຢູ່ແຂນຂອງພະອົງ. ພະ​ຄໍາ​ພີໄບເບິລ​ ໄດ້ໃຫ້ຄວາມກະຈ່າງແຈ້ງທີ່​ວ່າ​ ພຣະ​ເຢ​ຊູ​ ໄດ້​ເສຍ​ຊີ​ວິດ​ເພື່ອ​ທຸກໆ​ຄົນຢ່າງແທ້​ຈິງ ມັນບໍ່ພຽງສະແດງໃຫ້ເຫັນວ່າ ລາວຕາຍເພື່ອລ້າງ​ບາບຂອງພວກ​ເຮົາ​ເທົ່າ​ນັ້ນ​ ແຕ່​ຍັງເພື່ອລ້າງບາບ​ຂອງຄົນໃນ​ທັງ​ຫມົດໂລກ​​". ໃນພະ​ຄໍາ​ພີ ​​ມີ​ຄໍາ​ຖາມທີ່ຢູ່ໃນ Acts 16 ທີ່ວ່າ​ “ຂ້າ​ພະ​ເຈົ້າ​ຕ້ອງ​ເຮັດ​ສິ່ງໃດເພື່ອ​ໃຫ້ຂ້າພະເຈົ້າໄດ້ຮັບການປົກປ້ອງຈາກພຣະອົງ​?” ແລະ ​ພວກ​ເຂົາ​ໄດ້ກ່າວໄວ້​ວ່າ ມີສິ່ງໜຶ່ງທີ່ພວກເຮົາຈະຕ້ອງເຮັດເພື່ອໃຫ້​ໄດ້ຮັບການປົກປ້ອງຈາກພຣະອົງຄື “ຈົ່ງ​ເຊື່ອ​ໃນ​ພຣະ​ອົງ ແລະ ຄຳສອນຂອງທ່ານ ​ລູກ​ຈະ​ໄດ້​ຮັບ​ການ​ປົກປ້ອງ”. ນັ້ນ​ແມ່ນ​ທັງ​ຫມົດ​ ເຊິ່ງພຣະ​ອົງ​ບໍ່​ໄດ້​ກ່າວວ່າ "ເຂົ້າໂບດແລ້ວທ່ານ​ຈະ​ໄດ້​ຮັບ​ການ​ປົກປ້ອງ, ເຮັດພິທີລ້າງບາບແລ້ວທ່ານ​ຈະ​ໄດ້​ຮັບ​ການ​ປົກປ້ອງ, ດໍາ​ລົງ​ຊີ​ວິດ​ກັບຊີ​ວິດທີ່​ດີ​ແລ້ວທ່ານ​ຈະ​​ໄດ້​ຮັບ​ການ​ປົກປ້ອງ, ສຳນຶກຜິດກັບ​ບາບ​ທັງ​ໝົດ​ຂອງ​ທ່ານ​ແລ້ວ​ທ່ານ​ຈະ​ໄດ້​ຮັບ​ການ​ປົກປ້ອງ”​. ພຣະ​ອົງ​ພຽງກ່າວ​ວ່າ “​ເຊື່ອຖື.”



3. ເຊື່ອ​ວ່າ​ພຣະ​ເຢ​ຊູ​ໄດ້​ເສຍ​ຊີ​ວິດ​, ໄດ້​ຖືກ​ຝັງ​ ແລະ ​ໄດ້​ຟື້ນຊີບອີກຄັ້ງເພື່ອທ່ານ.



ເຖິງ​ແມ່ນ​ວ່າ​ບົດ​ທີ່​ມີ​ຊື່​ສຽງສ່ວນຫຼາຍ ໃນພຣະ​ຄໍາ​ພີໄບເບິລ​ທັງໝົດ ​ທີ່ມີ​ບົດເອ​ກະ​ສານ​ອ້າງອີງ​ລະບຸໄວ້ ທີ່ເປັນຕາຫົວວ່າ “In and Out Burger.” ມັນ​ເປັນ​ທີ່ຮູ້ກັນດີ ເຊິ່ງທຸກ​ຄົນກໍເຄີຍ​ໄດ້​ຍິນ​​ມັນ​: "ດ້ວຍເຫດທີ່ພຣະ​ເຈົ້າ​​ຮັກ​ໂລກຫຼາຍ ​ພຣະ​ອົງ​ໄດ້​ໃຫ້ກຳເນີດ​​ລູກ​ຊາຍ ​ທີ່​ຜູ້ໃດ​​ກໍຕາມເຊື່ອ​ໃນ​ໂຕລາວຈະ​ບໍ່​ຕາຍໂດຍ​ມີ​ຊີ​ວິດ​ອັນ​ເປັນ​ນິລັນດອນ​". ມັນໝາຍ​ຄວາມ​ວ່າ ​ອຳມະຕະ ແລະ ຕະ​ຫຼອດ​ໄປ ​ເຊິ່ງພຣະ​ເຢຊູ​ໄດ້​ກ່າວ​ວ່າ​ "ຂ້າ​ພະ​ເຈົ້າ​ໃຫ້​ຊີ​ວິດ​ນິ​ລັນ​ດອນແກ່​ພວກ​ເຂົາ​​ ແລະ ​ພວກ​ເຂົາ​ຈະ​ບໍ່​ຕາຍ ແລະ​ ບໍ່​ມີ​ຜູ້​ໃດ​ເຮັດໃຫ້​ເຂົາ​ເຈົ້າອອກ​ຈາກການຊ່ວຍເຫຼືອຂອງ​ຂ້າ​ພະ​ເຈົ້າ​.​" ຄໍາ​ພີ​ໄບ​ເບິລ​ກ່າວ​ວ່າ "ຕາມຄວາມ​ຈິງ ຄຳພີໄບເບິລກ່າວ​​ກັບ​ພວກ​ທ່ານ​ວ່າ​ ຜູ້ໃດ​ທີ່​ເຊື່ອ​ໃນ​ຄຳພີໄບເບິລ​ກໍ່ຈະ​ມີ​ຊີ​ວິດ​ອັນ​ເປັນ​ນິລັນດອນ​." ດັ່ງ​ນັ້ນ ​ຖ້າ​ທ່ານ​ເຊື່ອ​​ໃນ​ພຣະ​ເຢ​ຊູ​ຄຣິສ​ ພຣະ​ຄໍາ​ພີ​ໄດ້​ບອກໄວ້ວ່າ ​ທ່ານ​ຈະມີ​ຊີ​ວິດ​ອັນ​ເປັນ​ນິລັນດອນ,​ ມີ​ຊີ​ວິດຢູ່​ຕະ​ຫຼອດ​ໄປ ແລະ ຈະໄດ້ຮັບການປົກປ້ອງຄຸ້ມຄອງຈາກພຣະອົງ. ມັນແມ່ນຄວາມ​ເປັນ​ນິ​ລັນ​ດອນ​ ແລະ ອີກທັງທ່ານຈະໄດ້ຮັບການປົກປ້ອງຄຸ້ມຄອງ ເມື່ອ​ທ່ານ​ເຊື່ອ​ໃນ​ພຣະ​ອົງ ທ່ານຈະຖືກຄຸ້ມຄອງ​​ຕະ​ຫຼອດການ ແລະ ​ບໍ່​ມີ​ສິ່ງໃດ​ທີ່​ເຮັດໃຫ້ທ່ານປະສົບກັບໄພອັນຕະລາຍ​ໄດ້.



 ເຖິງແມ່ນ​ວ່າ​ ​ຂ້າ​ພະ​ເຈົ້າ​ຈະຕ້ອງຈາກໄປ ແລະ ​ໄດ້ກະທຳບາບໜັກ​, ພຣະ​ເຈົ້າ​ຈະ​ລົງ​ໂທດ​ຂ້າ​ພະ​ເຈົ້າ​ສໍາ​ລັບບາບທີ່ໄດ້ກໍ່ຂຶ້ນ​. ຖ້າ​ຫາກ​ວ່າ​ຂ້າ​ພະ​ເຈົ້າ​ໄດ້​​ຂ້າຄົນ​ຕາຍໃນ​ມື້​ນີ້​, ພຣະ​ເຈົ້າ​ຈະ​ເຮັດ​ໃຫ້​ແນ່​ໃຈວ່​າ​ ຂ້າ​ພະ​ເຈົ້າ​ໄດ້​ຮັບ​ການ​ລົງ​ໂທດ​, ຂ້າ​ພະ​ເຈົ້າ​ຈະຕິດຄຸກ​ ຫຼື ​ຮ້າຍ​ແຮງກວ່ານັ້ນ ແມ່ນໂທດ​ປະ​ຫານ​ຊີ​ວິດ​. ຢ່າງ​ໃດ​ກໍ​ຕາມ ໂລກ​ນີ້ລົງ​ໂທດ​ຂ້າ​ພະ​ເຈົ້າ​ ແລະ ​ພຣະ​ຜູ້ເປັນເຈົ້າ​ຈະ​ເຮັດ​ໃຫ້​ແນ່​ໃຈວ່​າ ຂ້າ​ພະ​ເຈົ້າ​ໄດ້​ຮັບ​ການ​ລົງ​ໂທດ​​ຫຼາຍຂຶ້ນ​, ແຕ່ວ່າ​ຂ້າ​ພະ​ເຈົ້າ​ບໍ່​ຕົກ​ນະ​ລົກ​. ​ບໍ່​ມີ​ທາງທີ່ຂ້າ​ພະ​ເຈົ້າ​ຕົກນະລົກ ເພາະວ່າຂ້າພະເຈົ້າໄດ້ຮັບການປົກປ້ອງ ແລະ​ ຖ້າ​ຫາກ​ວ່າ​ຂ້າ​ພະ​ເຈົ້າ​ໄດ້ຕົກນະລົກ ຖ້າເປັນແບບນັ້ນ ກໍໝາຍເຖິງ​ພຣະ​ເຈົ້າ​ຕົວະຂ້າພະເຈົ້າ​. ເພາະ​ວ່າ​ພຣະ​ອົງ​ສັນ​ຍາ​ວ່າ ​ຜູ້ໃດ​ກໍຕາມທີ່​ສັດທາ ຈະ​ມີ​ຊີ​ວິດ​ອັນ​ເປັນ​ນິລັນດອນ​ ເຊິ່ງ​ພຣະ​ອົງ​ໄດ້​ກ່າວ​ວ່າ "ຜູ້​ໃດ​ກໍ​ຕາມ​ດຳລົງຊີ​ວິດ​ຢູ່ ​ແລະ ສັດທາ​ໃນຂ້າພະເຈົ້າ ຈະ​ບໍ່ມີມື້​ຕາຍ​.​" ນັ້ນເປັນສິ່ງທີ່ສະແດງໃຫ້ເຫັນວ່າ ​ເປັນ​ຫຍັງ ຜູ້ຄົນທີ່ສັດທາໃນ​ພຣະ​ຄໍາ​ພີ​ໄບເບິລ ຜູ້ທີ່ໄດ້ສ້າງບາບ ເຖິງແນວນັ້ນ ພວກເຂົາຍັງໄດ້​ໄປ​ສູ່ສວງສະ​ຫວັນ​. ມັນເປັນໄດ້​ແນວ​ໃດ​? ເພາະ​ວ່າ​ພວກ​ເຂົາ​ເຈົ້າ​ໄດ້ສ້າງຄວາມດີຫຼາຍຫວາ​? ບໍ່ແມ່ນເລີຍ, ມັນ​ເປັນ​ຍ້ອນ​ວ່າ​ພວກ​ເຂົາ​ເຈົ້າ​ເຊື່ອ​ໃນ​ພຣະ​ເຢ​ຊູ​ຄຣິສ​. ພຣະເຈົ້າໃຫ້ອະໄພຕໍ່ບາບກຳ​ຂອງພວກ​ເຂົາ​. ຜູ້ຄົນ​ອື່ນໆ​​ທີ່​ອາດ​ຈະ​ມີ​ຊີ​ວິດການເປັນ​ຢູ່​​ທີ່​ດີກ​ວ່າ ​ຕາມ​ສາຍ​ຕາ​ຂອງຜູ້ຄົນໃນ​ໂລກ​ ຫຼື​ ຜູ້ທີ່​ມີ​ຊີ​ວິດ​ການເປັນຢູ່​ທີ່​ດີກ​ວ່າແທ້ໆ​ ຖ້າ​ຫາກ​ວ່າ​ເຂົາ​ເຈົ້າ​ບໍ່​ເຊື່ອ​ໃນ​ພຣະ​ຄຣິສ​ ພວກ​ເຂົາ​ເຈົ້າ​ຈະ​ຕ້ອງ​ຕົກນະ​ລົກ​ ແລະ​ ໄດ້​ຮັບ​ການ​ລົງ​ໂທດ​ສໍາ​ລັບ​ບາບທີ່ພວກເຂົາກະທຳ​.



4. ໄວ້​ວາງ​ໃຈພຣະເຢຊູ​ຄຣິສ​ເທົ່າ​ນັ້ນ​ ທີ່​ຈະເປັນ​ຜູ້ໄຖ່ບາບໃຫ້​ທ່ານ​.



ໃຫ້ຂ້າ​ພະ​ເຈົ້າ​ໄດ້​ຢັ່ງຮູ້ເຖິງ​ຄວາມ​ຄິດ​: ສິ່ງໜຶ່ງ​ທີ່​ຂ້າ​ພະ​ເຈົ້າ​ຕ້ອງ​ການ​ແນ່​ໃຈ ​ແລະ ນຳ​ມາສູ່ຊີວິດ​ປັດຈຸບັນ ແມ່ນເປັນຄໍາ​ຖາມໜຶ່ງ​ທີ່​ຖາມ​ກັບ​ພຣະ​ເຢ​ຊູ​ ໂດຍສາວົກ​ຂອງ​ພຣະ​ອົງ​ ແລະ​ ຄໍາ​ຖາມ​ທີ່ວ່າ: ທ່ານຈະປົກປ້ອງຄຸ້ມຄອງພວກເຮົາບໍ່? ​ຄໍາ​ຖາມ​ນີ້​ດີບໍ່​​? ທ່ານຈະປົກປ້ອງຄຸ້ມຄອງຜູ້ຄົນທັງໝົດບໍ່​? ຫຼື​ວ່າຈະປົກປ້ອງພວກເຮົາ​ຫຼາຍ​ປານ​ໃດ​? ເຊິ່ງຜູ້ຄົນ​ສ່ວນ​ໃຫຍ່​ມີຄວາມຄິດວ່າ​ຈະ​ໄດ້ຂຶ້ນ​ສະ​ຫວັນ ຜູ້ຄົນເຫຼົ່ານັ້ນ​ຈະໄດ້ຂຶ້ນ​ສະ​ຫວັນແທ້ບໍ່​? ເຊິ່ງມີການຄາດຄະເນຄໍາ​ຕອບວ່າແມ່ນພຣະອົງໄດ້ກ່າວວ່າ “ຈົ່ງເຂົ້າໄປທາງປະຕູແຄບ ເພາະວ່າປະຕູໃຫຍ່ ແລະ ທາງກ້ວາງນັ້ນຈະນຳພາໄປສູ່ຄວາມພິນາດ ແລະ ຄົນທີ່ເຂົ້າສູ່ຄວາມພິນາດນັ້ນມີຫຼາຍ. ເພາະປະຕູທີ່ແຄບ ແລະ ລຳບາກນັ້ນ ນຳພາໄປສູ່ຊີວິດ ແລະ ຜູ້ຄົນທີ່ຫາພົບໄດ້ ມີໜ້ອຍ”. ຫຼັງ​ຈາກ​ນັ້ນ​ ພຣະ​ອົງ​ກໍ່ໄດ້​ກ່າວວ່າ: “ບໍ່​ແມ່ນ​ທຸກ​ຄົນ​ທີ່​ຮ້ອງຂ້າ​ພະ​ເຈົ້າວ່າ​ ‘ພຣະ​ຜູ້​ເປັນ​ເຈົ້າ​’ ແລ້ວ​ຈະ​ຂຶ້ນສູ່ສວງສະ​ຫວັນ​ ແຕ່​ຜູ້ທີ່ປະຕິບັດຕາມພຣະບິດາ​ຂອງ​ເຮົາ ຜູ້ທີ່​ສະຖິດ​ໃນ​ສວງສະ​ຫວັນຈຶ່ງຈະເຂົ້າໄດ້​. ຖ້າເປັນແບບນັ້ນຄົນຈຳນວນຫຼາຍ ​ຈະຮ້ອງແຕ່ເຮົາວ່າ ‘ພຣະ​ຜູ້​ເປັນ​ເຈົ້າ​’ ​ແມ່ນພຽງຮ້ອງນາມຂອງຂ້າພະເຈົ້າ ເພື່ອຂັບ​ໄລ່​ພູດຜີ​ປີສາດ ແລະ​ ເພື່ອຂໍສິ່ງ​ອັດ​ສະ​ຈັນ​ຕ່າງໆຫຼາຍ​ປະ​ການ​? ​ຖ້າເປັນແບບນັ້ນ ຂ້າພະ​ເຈົ້າ​ຈະ​ບອກ​ກັບ​ພວກ​ເຂົາວ່າ​ ‘ຂ້າ​ພະ​ເຈົ້າ​ບໍ່ເຄີຍຮູ້ຈັກກັບພວກ​ທ່ານເລີຍຜູ້ທີ່ກະທຳຄວາມ​ຊົ່ວ​’ ” 



 ທໍາ​ອິດ, ຄົນສ່ວນຫຼາຍ​ໃນ​ໂລກ​ນີ້​ ບໍ່​ໄດ້​ພຽງແຕ່ກ່າວອ້າງ​ວ່າ ເຊື່ອ​ໃນ​ພຣະ​ເຢ​ຊູຄຣິສ​. ​ເຊິ່ງເປັນສິ່ງທີ່ດີ ທີ່​ຄົນສ່ວນໜ້ອຍເທົ່ານັ້ນ​​ໄດ້ມີການກ່າວ​ອ້າງ​​ ແຕ່​ວ່າຄົນສ່ວນ​ໃຫຍ່​​ໄດ້​ເຊື່ອ​ຖືໃນ​ພຣະ​ເຢ​ຊູ​ຢ່າງແທ້ຈິງ. ເຊິ່ງແນວນັ້ນພຣະ​ເຈົ້າ​ໄດ້ຕັກ​ເຕືອນ​ ຕໍ່ຜູ້ທີ່ແອບອ້າງເຊື່ອຖື​ໃນ​ພຣະ​ອົງ ເຖິງ​ແມ່ນ​ວ່າ​ພວກເຂົາຈະຮ້ອງ​ພຣະອົງວ່າ ພຣະ​ຜູ້​ເປັນ​ເຈົ້າ. ຜູ້ຄົນທັງ​ຫຼາຍ​ທີ່ຈະເວົ້າກັບພຣະອົງວ່່າ "ພວກ​ເຮົາ​ໄດ້​ເຊື່ອຖືພຣະອົງແລ້ວ ​ແຕ່ເປັນຫຍັງພວກເຮົາ​ບໍ່​ໄດ້​ຮັບການປົກປ້ອງຄຸ້ມຄອງຈາກທ່ານ" ​ພຣະອົງກໍຈະກ່າວ​ວ່າ ​"ຈົ່ງ​ໄປໃຫ້ພົ້ນ​ຈາກ​ຂ້າ​ພະ​ເຈົ້າ​ ຂ້າ​ພະ​ເຈົ້າ​ບໍ່​ເຄີຍຮູ້​ຈັກທ່ານ​" ທັງໝົດນີ້ກໍຍ້ອນວ່າ​ ​ສິ່ງທີ່ຊ່ວຍໃຫ້ພົ້ນໄພ ບໍ່ແມ່ນມາຈາກການກະທຳ ແລະ ​ຖ້າ​ຫາກ​ວ່າ​ທ່ານຈະເຊື່ອວ່າການກະທຳຂອງທ່ານ​ເອງ ຊ່ວຍປົກປ້ອງຕົວທ່ານ​, ​ຄິດ​ວ່າ​ທ່ານ​ຈະ​ໄດ້ໄປ​ສູ່ສວງສະ​ຫວັນ​ ​ຈາກການທຳພິທີລ້າງບາບ​, ຖ້າ​ຫາກ​ວ່າ​ທ່ານ​ຄິດ​ວ່າ​ "​ການ​ມີ​ຊີ​ວິດ​ທີ່​ດີ​ ຈະມີການປົກປ້ອງຮັກ​ສາຈາກໄພອັນຕະລາຍ​, ​ຄິດ​ວ່າ​ໄປທີ່ໂບດ ​ຈະເປັນການລ້າງບາບ." ຖ້າ​ຫາກ​ວ່າທ່ານ​ຈະເຊື່ອຖືໃນການກະທຳ​ ພຣະ​ເຢ​ຊູ​ຈະ​ເວົ້າ​ກັບ​ທ່ານ​ໃນ​ມື້​ໜຶ່ງວ່າ​ "ຈົ່ງໄປໃຫ້ພົ້ນຈາກຂ້າ​ພະ​ເຈົ້າ ຂ້າພະເຈົ້າ​ບໍ່​ເຄີຍຮູ້​ຈັກ​ທ່ານ".



 ທ່ານ​ຈະ​ຕ້ອງ​ມີ​ສັດ​ທາຕໍ່ການກະທຳຂອງ​ພຣະອົງ​ທຸກຢ່າງ​. ທ່ານ​ຈະຕ້ອງ​​ສັດ​ທາ​ໃນ​ສິ່ງ​ທີ່​ພຣະ​ເຢ​ຊູ​ໄດ້​ສະແດງໃຫ້ເຫັນເວລາຖືກແຂວນຢູ່ທີ່ໄມ້ກາງເຂນ ພຣະອົງ​ໄດ້​ເສຍສະລະ​ຊີ​ວິດເພື່ອໄຖ່ບາບໃຫ້ແກ່​ທ່ານ​, ໄດ້​ຖືກ​ຝັງ​, ແລະ ເກີດໃໝ່ອີກຄັ້ງ​. ການໄປສູ່ສວງສະຫວັນຂອງ​ທ່ານ​ ຖ້າຫາກວ່າ​ທ່ານ​ກໍາ​ລັງເຊື່ອຖື​ສິ່ງ​​ອື່ນໆ​ ແລະ ​ເວົ້າ​ວ່າ​ "ຂ້າ​ພະ​ເຈົ້າ​ຈະໄດ້​ຂຶ້ນສະ​ຫວັນ​ ເນື່ອງ​ຈາກ​ວ່າ​ຂ້າ​ພະ​ເຈົ້າ​ເປັນ​ຜູ້ນັບຖືສາສະໜາຄຣິສ​ທີ່​ດີ​ ແລະ​ ຂ້າ​ພະ​ເຈົ້າ​ກໍໄດ້ເຮັດແຕ່​ສິ່ງດີງາມ​.​" ພຣະ​ອົງ​ແມ່ນ​ຈະ​ເວົ້າ​ວ່າ​ "ຈົ່ງ​ໄປ​ໃຫ້ພົ້ນຈາກ​ຂ້າພະເຈົ້າ" ​ສັງເກດພຣະ​ອົງ​ໄດ້​ກ່າວ​ວ່າ​ ​"ຈົ່ງ​ໄປໃຫ້ພົ້ນຈາກ​ຂ້າ​ພະ​ເຈົ້າ​ ຂ້າ​ພະ​ເຈົ້າ​ບໍ່​ເຄີຍຮູ້​ຈັກ​ທ່ານ" ພຣະ​ອົງ​ບໍ່​ໄດ້​ເວົ້າ​ວ່າ​ ​"ຂ້າ​ພະ​ເຈົ້າ​ເຄີຍຮູ້ຈັກ​ທ່ານ". ຈົ່ງຈົດຈໍາໃຫ້ດີສິ່ງທີ່ພຣະອົງໄດ້ກ່າວມາກ່ອນທີ່ວ່າ ມັນ​​ເປັນ​ສິ່ງ​ນິ​ລັນ​ດອນ​ ເມື່ອ​ໃດ​ທີ່​ພຣະອົງຮູ້​ຈັກ​ທ່ານ​ ທ່ານ​ຈະໄດ້​ຮັບການປົກປ້ອງຄຸ້ມຄອງຕະ​ຫຼອດ​ໄປ​. ພຣະອົງ​ຈະ​ກ່າວ​ວ່າ​ "ຈົ່ງ​ໄປໃຫ້ພົ້ນ​ຈາກ​ຂ້າ​ພະ​ເຈົ້າ​, ຂ້າ​ພະ​ເຈົ້າ​ບໍ່ເຄີຍ​ຮູ້ຈັກ​ທ່ານ​" ​ຍ້ອນ​ວ່າພຣະອົງບໍ່​ຮູ້​ຈັກທ່ານ​ ຖ້າ​ຫາກ​ທ່ານ​ຕົກນະ​ລົກ​​. ເພາະວ່າເມື່ອ​ພຣະ​ອົງໄດ້​ຮູ້​ຈັກ ພຣະ​ອົງກໍຈະ​ຮູ້​ຈັກ​. ດັ່ງເຊັ່ນທີ່ວ່າ ຜູ້ທີ່ເປັນລູກຂອງຂ້າ​ພະ​ເຈົ້າ ກໍຈະເປັນລູກຂອງຂ້າພະເຈົ້າ​ຕະຫຼອດໄປ​. ໃນເວ​ລາ​ທີ່​ທ່ານ​​ເກີດ​ໃໝ່ອີກຄັ້ງ ໃນ​ເວ​ລາ​ທີ່​ທ່ານ​ເປັນ​ລູກພຣະອົງ ທ່ານກໍ​ຈະ​ເປັນ​ລູກຂອງພຣະອົງຕະຫຼອດໄປ​. ທ່ານ​ອາດ​ຈະເປັນ​ຄົນແປກໜ້າໃນ​ຄອບ​ຄົວຂອງພຣະອົງ​. ທ່ານ​ອາດ​ຈະ​ເປັນຄົນ​ໆໜຶ່ງທີ່​ໄດ້​ຮັບ​ການ​ລົງໂທດຈາກ​ພຣະເຈົ້າຢ່າງໜັກໃນອະເວຈີ​. ທ່ານອາດ​ສາມາດສ້າງບາບກຳໃນຊີວິດຂອງທ່ານ​ ແຕ່​ວ່າ​ທ່ານ​ບໍ່​ສາ​ມາດສູນເສຍການໄຖ່ບາບຈາກພຣະອົງ​. ເມື່ອ​ທ່ານ​ໄດ້​ຮັບການປົກປ້ອງຄຸ້ມຄອງຈາກພຣະອົງ ມັນ​ເປັນ​ເລື່ອງ​ທີ່​ດີ​ ແລະ ນັ້ນ​ຄື​ສິ່ງ​ທີ່​ສໍາ​ຄັນທີ່​ຂ້າ​ພະ​ເຈົ້າ​ຕ້ອງ​ການ​ຢາກ​ນໍາ​ສະເໜີຕໍ່​ທ່ານ​ກ່ຽວກັບເວລາສຸດ ທ້າຍໃນຊີວິດ, ແລະ​ ພວກ​ເຮົາ​ມີ​ພຽງ​ແຕ່​ສອງ​ສາມ​ນາ​ທີ​ສໍາ​ລັບ​ຄໍາ​ຖາມ​ກ່ຽວ​ກັບ​ການໄຖ່ບາບ ​ຫຼື ​ກ່ຽວ​ກັບ​ເວ​ລາ​ທີ່​ສຸດ​.


      ​ພຣະ​ເຢ​ຊູ ທີ່ເຄົາລົບຮັກ​, ຂ້າ​ພະ​ເຈົ້າ​ຮູ້​ວ່າ​ ຂ້າ​ພະ​ເຈົ້າໄດ້ກະທຳ​ບາບ​ ​ຂ້າ​ພະ​ເຈົ້າ​ຮູ້​ວ່າ​ຂ້າ​ພະ​ເຈົ້າ​ສົມ​ຄວນ​ທີ່​ຈະຕົກນະລົກ​, ​ເຊິ່ງຂ້າ​ພະ​ເຈົ້າ​ເຊື່ອ​ວ່າ​ ທ່ານ​ໄດ້​ເສຍ​ຊີ​ວິດ​ເທິງໄມ້ກາງເຂນເພື່ອຂ້າພະເຈົ້າ ​ແລະ ເກີດໃໝ່​ອີກ​ເທື່ອ​ຫນຶ່ງ​. ກະ​ລຸ​ນາ​ປົກປ້ອງ​ຂ້າ​ພະ​ເຈົ້າ ​ແລະ​ ໃຫ້​ຊີ​ວິດ​ນິ​ລັນ​ດອນແກ່ຂ້າ​ພະ​ເຈົ້າ​​. ຂ້າ​ພະ​ເຈົ້າ​ສັດທາໃນຕົວ​ທ່ານ​ ພຣະ​ເຢ​ຊູ​. ອາ​ເມນ​.

 

 

 

mouseover